ກ່ຽວກັບວາລະສານ (Aims & Scope)

ຄວາມເປັນມາ ແລະ ຈຸດປະສົງ:
ວາລະສານວິທະຍາສາດປ່າໄມ້ ໄດ້ຮັບການສ້າງຕັ້ງຂຶ້ນໂດຍອີງຕາມຂໍ້ຕົກລົງ ແລະ ລະບຽບການຂອງ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງຫຼັກແມ່ນເພື່ອສົ່ງເສີມໃຫ້ ຄູ-ອາຈານ, ພະນັກງານ, ນັກສຶກສາ ແລະ ນັກຄົ້ນຄວ້າ ໄດ້ມີເວທີໃນການເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ. ນອກຈາກນີ້, ຍັງເປັນການສ້າງຊື່ສຽງທາງວິຊາການໃຫ້ແກ່ ຄະນະວິທະຍາສາດປ່າໄມ້ ແລະ ເປັນແຫຼ່ງຂໍ້ມູນອ້າງອີງທີ່ສໍາຄັນສໍາລັບການສຶກສາ ແລະ ການພັດທະນາປະເທດ.

ຂອບເຂດເນື້ອຫາ (Scope):
ວາລະສານຮົ່ມຂຽວ ຍິນດີຕ້ອນຮັບບົດຄວາມວິໄຈ (Original Research) ແລະ ບົດຄວາມວິຊາການ (Academic Articles) ທີ່ກວມເອົາສາຂາວິຊາຕ່າງໆ ທີ່ກ່ຽວຂ້ອງກັບປ່າໄມ້ ແລະ ສິ່ງແວດລ້ອມ, ລວມມີແຕ່ບໍ່ຈໍາກັດພຽງແຕ່:

  • ການຄຸ້ມຄອງຊັບພະຍາກອນປ່າໄມ້ (Forest Management): ເຕັກນິກການປູກໄມ້, ການວາງແຜນການນໍາໃຊ້ທີ່ດິນປ່າໄມ້.
  • ຊີວະນາໆພັນ ແລະ ນິເວດວິທະຍາ (Biodiversity & Ecology): ການສຶກສາພັນພືດ, ສັດປ່າ, ແລະ ລະບົບນິເວດປ່າໄມ້ ແລະ ການທ່ອງທ່ຽວອະນຸຮັກ.
  • ເຄື່ອງປ່າຂອງດົງ (NTFPs): ການນໍາໃຊ້ ແລະ ພັດທະນາຜະລິດຕະພັນຈາກເຄື່ອງປ່າຂອງດົງ.
  • ການປ່ຽນແປງດິນຟ້າອາກາດ (Climate Change): ບົດບາດຂອງປ່າໄມ້ໃນການຫຼຸດຜ່ອນກ໊າສເຮືອນແກ້ວ ແລະ ການປັບຕົວ.
  • ອຸດສະຫະກຳ ແລະ ເຕັກໂນໂລຊີໄມ້: ການປຸງແຕ່ງໄມ້ ແລະ ການເພີ່ມມູນຄ່າຜະລິດຕະພັນໄມ້.
  • ເສດຖະກິດ-ສັງຄົມ ແລະ ນະໂຍບາຍປ່າໄມ້: ການມີສ່ວນຮ່ວມຂອງຊຸມຊົນ ແລະ ກົດໝາຍປ່າໄມ້.

ນະໂຍບາຍການເຂົ້າເຖິງ (Open Access Policy):
ວາລະສານນີ້ປະຕິບັດຕາມຫຼັກການ Open Access ເຊິ່ງໝາຍຄວາມວ່າ ບົດຄວາມທັງໝົດສາມາດເຂົ້າອ່ານ ແລະ ດາວໂຫຼດໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ເພື່ອເປັນການສົ່ງເສີມການແລກປ່ຽນຄວາມຮູ້ທົ່ວໂລກຢ່າງເສລີ.