Aims & Scope
ວາລະສານວິທະຍາສາດປ່າໄມ້ (ຮົ່ມຂຽວ) ຂອງ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ.
ວາລະສານວິທະຍາສາດປ່າໄມ້ ໄດ້ຮັບການສ້າງຕັ້ງຂຶ້ນໂດຍອີງຕາມຂໍ້ຕົກລົງ ແລະ ລະບຽບການຂອງ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງຫຼັກແມ່ນເພື່ອສົ່ງເສີມໃຫ້ ຄູ-ອາຈານ, ພະນັກງານ, ນັກສຶກສາ ແລະ ນັກຄົ້ນຄວ້າ ໄດ້ມີເວທີໃນການເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ.
ນອກຈາກນີ້, ຍັງເປັນການສ້າງຊື່ສຽງທາງວິຊາການໃຫ້ແກ່ ຄະນະວິທະຍາສາດປ່າໄມ້ ແລະ ເປັນແຫຼ່ງຂໍ້ມູນອ້າງອີງທີ່ສໍາຄັນສໍາລັບການສຶກສາ ແລະ ການພັດທະນາປະເທດ.
ວາລະສານຮົ່ມຂຽວ ຍິນດີຕ້ອນຮັບບົດຄວາມວິໄຈ (Original Research) ແລະ ບົດຄວາມວິຊາການ (Academic Articles) ທີ່ກວມເອົາສາຂາວິຊາຕ່າງໆ ທີ່ກ່ຽວຂ້ອງກັບປ່າໄມ້ ແລະ ສິ່ງແວດລ້ອມ, ລວມມີແຕ່ບໍ່ຈໍາກັດພຽງແຕ່:
Forest Management
ເຕັກນິກການປູກໄມ້, ການວາງແຜນການນໍາໃຊ້ທີ່ດິນປ່າໄມ້.
Biodiversity & Ecology
ການສຶກສາພັນພືດ, ສັດປ່າ, ລະບົບນິເວດປ່າໄມ້ ແລະ ການທ່ອງທ່ຽວອະນຸຮັກ.
NTFPs
ການນໍາໃຊ້ ແລະ ພັດທະນາຜະລິດຕະພັນຈາກເຄື່ອງປ່າຂອງດົງ.
Climate Change
ບົດບາດຂອງປ່າໄມ້ໃນການຫຼຸດຜ່ອນກ໊າສເຮືອນແກ້ວ ແລະ ການປັບຕົວ.
Wood Industry & Technology
ການປຸງແຕ່ງໄມ້ ແລະ ການເພີ່ມມູນຄ່າຜະລິດຕະພັນໄມ້.
Socio-economics & Forest Policy
ການມີສ່ວນຮ່ວມຂອງຊຸມຊົນ ແລະ ກົດໝາຍປ່າໄມ້.
ວາລະສານນີ້ປະຕິບັດຕາມຫຼັກການ Open Access ເຊິ່ງໝາຍຄວາມວ່າ ບົດຄວາມທັງໝົດສາມາດເຂົ້າອ່ານ ແລະ ດາວໂຫຼດໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ເພື່ອເປັນການສົ່ງເສີມການແລກປ່ຽນຄວາມຮູ້ທົ່ວໂລກຢ່າງເສລີ.