ຄຳແນະນຳສຳລັບຜູ້ຂຽນ

Author Guidelines

ເພື່ອໃຫ້ມາດຕະຖານຂອງວາລະສານເປັນເອກະພາບກັນ, ຜູ້ຂຽນກະລຸນາປະຕິບັດຕາມຂໍ້ແນະນໍາຢ່າງເຂັ້ມງວດ. ຕົ້ນສະບັບທີ່ບໍ່ຖືກຕ້ອງຕາມຮູບແບບອາດຈະຖືກສົ່ງຄືນເພື່ອແກ້ໄຂກ່ອນການພິຈາລະນາ.

A4

ຂະໜາດເຈ້ຍ

Phetsarath OT

ຟອນພາສາລາວ, ເນື້ອໃນ 12

10-15 ໜ້າ

ຄວາມຍາວບົດຄວາມ

APA

ລະບົບການອ້າງອີງ

ຂໍ້ກຳນົດການຂຽນບົດຄວາມ

1

ການຕັ້ງຂະໜາດເຈ້ຍ (Page Setup)

  • Paper Size: A4, Apply to: Whole Document
  • Margins: Top 2.54 cm, Bottom 2.54 cm, Left 3.25 cm, Right 2.54 cm, Header 1.25 cm, Footer 1.25 cm

2

ຂະໜາດ, ຮູບແບບພາສາ ແລະ ຕົວເລກ

  • ຊື່ຫົວຂໍ້ບົດຄວາມທັງພາສາລາວ ແລະ ອັງກິດ 14 ເຂັ້ມ, ຫົວຂໍ້ນ້ອຍມີຂະໜາດຟອນ 12 ເຂັ້ມ ແລະ ເນື້ອໃນທົ່ວໄປ 12 ທຳມະດາ.
  • ພາສາລາວ ແມ່ນເພັດສະລາດໂອທີ (Phetsarath OT), ພາສາອັງກິດ ແລະ ໂຕເລກ ແມ່ນ Times New Roman.
  • ເລກທົດສະນິຍົມໃຊ້ຈ້ຳ (.) ຕົວຢ່າງ: 95.35 %. ເລກຫຼັກພັນໃຫ້ໃສ່ຈຸດ (,) ຕົວຢ່າງ: 1,000.
  • ບໍ່ໃຫ້ມີເລກທີຫົວຂໍ້ (ຫົວຂໍ້ໃຫ້ເຮັດເປັນຕົວເຂັ້ມເລີຍ).

3

ຊື່ຜູ້ຂຽນບົດຄວາມ ແລະ ທີ່ຢູ່

  • ຊື່ ແລະ ນາມສະກຸນ ເປັນພາສາລາວ ແລະ ພາສາອັງກິດ, ບໍ່ໃຫ້ໃສ່ນາມມະຍົດ ຫຼື ຕຳແໜ່ງຕ່າງໆ. ທີ່ຢູ່ແມ່ນບອກກົມກອງ ແລະ ອີເມວ.

ຕົວຢ່າງ (ພາສາລາວ)

ຊື່ນັກຄົ້ນຄວ້າ ກ*, ຊື່ນັກຄົ້ນຄວ້າ ຂ, ນັກຄົ້ນຄວ້າ ຄ, … (ຟອນ 12 ເຂັ້ມ)
ຊື່ພາກສ່ວນທີ່ເຮັດການຄົ້ນຄວ້າວິໄຈ: ພາກວິຊາ, ຄະນະວິຊາ, ມະຫາວິທະຍາໄລ (ຟອນ 11)
* ຊື່ຜູ້ຕິດຕໍ່ພົວພັນ, ທີ່ຢູ່ ພາກວິຊາ, ຄະນະວິຊາ, ມະຫາວິທະຍາໄລ, ເບີໂທ, ອີເມວ (ຟອນ 11)

ຕົວຢ່າງ (ພາສາອັງກິດ)

Vansaleum PHENGVICHITH*, A…, B… (ຟອນ 12 ເຂັ້ມ)
ຊື່ພາກສ່ວນທີ່ເຮັດການຄົ້ນຄວ້າວິໄຈ: ພາກວິຊາ, ຄະນະວິຊາ, ມະຫາວິທະຍາໄລ (ພາສາອັງກິດ, ຟອນ 11)
* ຊື່ຜູ້ຕິດຕໍ່ພົວພັນ, ທີ່ຢູ່ ພາກວິຊາ, ຄະນະວິຊາ, ມະຫາວິທະຍາໄລ, ເບີໂທ, ອີເມວ (ພາສາອັງກິດ, ຟອນ 11)

ໝາຍເຫດ: ໃຫ້ຂຽນຢູ່ລຸ່ມຫົວຂໍ້ພາສາອັງກິດ.

4

ບົດຄັດຫຍໍ້ ແລະ ເນື້ອໃນບົດ

  • ບົດຄັດຫຍໍ້: ບົດຄວາມພາສາລາວ ມີບົດຄັດຫຍໍ້ເປັນພາສາອັງກິດ 350 ຄຳ. ຖ້າຈະຕີພິມເປັນພາສາອັງກິດ ຕ້ອງມີບົດຄັດຫຍໍ້ເປັນພາສາລາວ 1 ໜ້າເຈ້ຍ. ບົດຄັດຫຍໍ້ທັງສອງພາສາ ປະກອບດ້ວຍຊື່ເລື່ອງ, ຈຸດປະສົງ, ວິທີການວິເຄາະຂໍ້ມູນ (ບອກໂດຍຫຍໍ້), ຜົນໄດ້ຮັບຕາມຈຸດປະສົງ ແລະ ຄຳສັບສຳຄັນ (Keywords).
  • ຄຳສັບສຳຄັນ: ບໍ່ໃຫ້ເກີນ 5 ຄຳ, ຂັ້ນດ້ວຍເຄື່ອງໝາຍຈຸດ “,” ແລະ ບໍ່ໃຫ້ມີຄຳວ່າ “ແລະ”, “ຫຼື”, “ຂອງ”.
  • ເນື້ອໃນບົດ: ພາກສະເໜີ, ຈຸດປະສົງ, ອຸປະກອນ ແລະ ວິທີການ, ຜົນໄດ້ຮັບ, ອະພິປາຍຜົນ, ສະຫຼຸບ, ຂໍ້ສະເໜີແນະ, ຄຳຂອບໃຈ (ຖ້າມີ) ແລະ ເອກະສານອ້າງອີງ. ລວມຈຳນວນໜ້າ 10-15 ໜ້າ.
  • ພາກສະເໜີ: ແນະນໍາຄວາມສໍາຄັນ ທີ່ເປັນປັດໄຈພົ້ນເດັ່ນຂອງການຄົ້ນຄວ້າໃນຄັ້ງນີ້, ລວມທັງປະຫວັດການຄົ້ນຄວ້າເອກະສານ ຫຼື ວັນນະກຳທີ່ກ່ຽວຂ້ອງ ທີ່ມີເນື້ອຫາໃກ້ຄຽງກັນໃນໄລຍະຜ່ານມາ (ຄັດຈ້ອນເນື້ອໃນສໍາຄັນໂດຍຫຍໍ້). ການອ້າງອີງໃນເນື້ອໃນ ໃຫ້ນໍາໃຊ້ແບບ APA. ໃນວັກສຸດທ້າຍຂອງພາກນີ້ ໃຫ້ລົງແຖວລະບຸຈຸດປະສົງຂອງການຄົ້ນຄວ້າດ້ວຍ.

5

ເອກະສານອ້າງອີງ (References)

ໃຊ້ລະບົບ APA (American Psychological Association). ກໍລະນີເອກະສານອ້າງອີງເປັນພາສາໄທ ໃຫ້ນັກຄົ້ນຄວ້າແປເປັນພາສາລາວ ແລະ ປ່ຽນປີ ພ.ສ ເປັນ ຄ.ສ ຕາມຫຼັກການນຳໃຊ້ໃນລາວ.

6

ການໃສ່ຕາຕະລາງ ແລະ ຮູບພາບ

  • ຕາຕະລາງ, ຮູບພາບ, ແຜນພູມ, ແຜນທີ່ ໃຫ້ໃສ່ໃນເນື້ອໃນບົດຄວາມ.
  • ຊື່ຂອງຕາຕະລາງ, ຮູບພາບ, ແຜນພູມ, ແຜນທີ່ ໃຫ້ໃສ່ດ້ານເທິງ ໂດຍໝາຍເລກ: ຕາຕະລາງທີ 1, 2, 3, ຮູບພາບທີ…, ແຜນພູມທີ…, ແຜນວາດທີ…, ແຜນທີ່ທີ…
  • ດ້ານລຸ່ມໃຫ້ບອກແຫຼ່ງທີ່ມາ.
  • ຂະໜາດຮູບພາບ: 500 x 280 px.

7

ການນໍາໃຊ້ຕົວຫຍໍ້

ກໍລະນີມີຕົວຫຍໍ້ ໃຫ້ຂຽນຕົວເຕັມກ່ອນ ແລ້ວບອກຕົວຫຍໍ້ໃນວົງເລັບໃນເບື້ອງຕົ້ນ, ຕໍ່ໄປຈຶ່ງໃຊ້ຕົວຫຍໍ້ໄດ້. ຕົວຢ່າງ: ຄະນະວິທະຍາສາດປ່າໄມ້ (ຄປມ) ຕໍ່ໄປໃຊ້ ຄປມ, ແລະ Faculty of Forest Science (FFS) ຕໍ່ໄປໃຊ້ FFS.

ບ່ອນຕິດຕໍ່ສົ່ງບົດຄວາມ

ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຄະນະວິທະຍາສາດປ່າໄມ້. ກະລຸນາສົ່ງບົດຄວາມທັງສອງທາງ ຄື ທາງອີເມວ ແລະ ທາງ WhatsApp.

ທ່ານ ວັນສະເຫຼີມ ແພງວິຈິດ

ອີເມວ: v.phengvichith@nuol.edu.la
ໂທ ແລະ WhatsApp: 020 98888969

ທ່ານ ເມັດມະນີ ສຸຂະວົງ

ອີເມວ: m.soukhavong@nuol.edu.la
ໂທ ແລະ WhatsApp: 020 29898689