ຄຳແນະນຳສຳລັບຜູ້ຂຽນ (Author Guidelines)

ເພື່ອໃຫ້ມາດຕະຖານຂອງວາລະສານເປັນເອກະພາບກັນ, ຜູ້ຂຽນກະລຸນາປະຕິບັດຕາມຂໍ້ແນະນໍາຢ່າງເຂັ້ມງວດ. ຕົ້ນສະບັບທີ່ບໍ່ຖືກຕ້ອງຕາມຮູບແບບອາດຈະຖືກສົ່ງຄືນເພື່ອແກ້ໄຂກ່ອນການພິຈາລະນາ.

ຄຳແນະນຳສຳລັບຜູ້ຂຽນບົດຄວາມລົງວາລະສານ

  1. ການຕັ້ງຂະໜາດເຈ້ຍ (Page Setup)
  • Paper Size: A4, Apply to: Whole Document
  • Margins: Top: 2.54 cm, Bottom: 2.54 cm, Lelf: 3.25 cm, Righy: 2.54 cm, Header = 1.25 cm and Footer = 1.25 cm
  1. ຂະໜາດ, ຮູບແບບພາສາ ແລະ ຕົວເລກ
  • ຊື່ຫົວຂໍ້ບົດຄວາມທັງພາສາລາວ ແລະ ອັງກິດ 14 ເຂັ້ມ, ຫົວຂໍ້ນ້ອຍມີຂະໜາດຟ້ອນແມ່ນ 12 ເຂັ້ມ ແລະ ເນື້ອໃນທົ່ວໄປ 12 ທຳມະດາ
  • ພາສາລາວ ແມ່ນເພັດສະລາດໂອທີ (Phetsarath OT), ພາສາອັງກິດ ແລະ ໂຕເລກ ແມ່ນ Time New Roman, ເລກທົດສະນິຍົມ: ຈ້ຳ (.) ແມ່ນໃຊ້ເປັນເລກສ່ວນເສດ: ຕົວຢ່າງ 95.35 %, ຖ້າເປັນ ເລກຫຼັກພັນ ແມ່ນໃຫ້ໃສ່ຈຸດ (,) ຕົວຢ່າງ: 1,000 ແລະ ບໍ່ໃຫ້ມີເລກທີຫົວຂໍ້ (ຫົວຂໍ້ໃຫ້ເຮັດເປັນຕົວເຂັ້ມເລີຍ).
  1. ຊື່ຜູ້ຂຽນບົດຄວາມ ແລະ ທີ່ຢູ່:
  • ຊື່ ແລະ ນາມສະກຸນ ເປັນພາສາລາວ ແລະ ພາສາອັງກິດ ບໍ່ໃຫ້ໃສ່ນາມມະຍົດ ຫຼື ຕຳແໜ່ງຕ່າງໆ, ທີ່ຢູ່ແມ່ນບອກກົມກອງ ແລະ ອີເມວ.

ຕົວຢ່າງ: ຊື່ນັກຄົ້ນຄວ້າ ກ , ຊື່ນັກຄົ້ນຄວ້າ ຂ, ນັກຄົ້ນຄວ້າ ຄ,….. (ຟອນ 12 ເຂັ້ມ)

ຊື່ພາກສ່ວນທີ່ເຮັດການຄົ້ນຄວ້າວິໄຈ: ພາກວິຊາ, ຄະນະວິຊາ, ມະຫາວິທະຍາໄລ (ຟອນ 11)

ຊື່ຜູ້ຕິດຕໍ່ພົວພັນ, ທີ່ຢູ່ ພາກວິຊາ, ຄະນະວິຊາ, ມະຫາວິທະຍາໄລ, ເບີໂທ, ອີເມວ (ຟອນ 11)

ພາສາອັງກິດ: Vansaleum PHENGVICHITH*, A….., B…… (ຟອນ 12 ເຂັ້ມ)

ຊື່ພາກສ່ວນທີ່ເຮັດການຄົ້ນຄວ້າວິໄຈ: ພາກວິຊາ, ຄະນະວິຊາ, ມະຫາວິທະຍາໄລ (ພາສາອັງກິດ, ຟອນ 11)

ຊື່ຜູ້ຕິດຕໍ່ພົວພັນ, ທີ່ຢູ່ ພາກວິຊາ, ຄະນະວິຊາ, ມະຫາວິທະຍາໄລ, ເບີໂທ, ອີເມວ (ພາສາອັງກິດ, ຟອນ 11)

ໝາຍເຫດ: ໃຫ້ຂຽນຢູ່ລຸ່ມຫົວຂໍ້ພາສາອັງກິດ

  1. ບົດຄັດຫຍໍ້ ແລະ ເນື້ອໃນບົດ:
  • ບົດຄັດຫຍໍ້: ບົດຄວາມພາສາລາວ ແມ່ນມີບົດຄັດຫຍໍ້ເປັນພາສາອັງກິດ 350 ຄຳ, ຖ້າຈະຕີພີມເປັນພາສາອັງກິດ ຕ້ອງມີບົດຄັດຫຍໍ້ເປັນພາສາວລາວ 1 ໜ້າເຈ້ຍ. ບົດຄັດຫຍໍ້ທັງພາສາລາວ ແລະ ພາສາອັງກິດ ແມ່ນປະກອບດ້ວຍຊື່ເລື່ອງ, ຈຸດປະສົງ, ວິທີການວິເຄາະຂໍ້ມູນ (ບອກໂດຍຫຍໍ້), ແລະ ຜົນໄດ້ຮັບຕາມຈຸດປະສົງ ແລະ ມີຄຳສັບສຳຄັນ (Key words). ຄໍາສັບສຳຄັນ ບໍ່ໃຫ້ເກີນ 5 ຄໍາ (ໂດຍນໍາໃຊ້ເຄື່ອງໝາຍຈຸດ “,” ເພື່ອບົ່ງບອກເຖິງຄໍາສັບສຳຄັນ) ແລະ ບໍ່ໃຫ້ມີຄໍາວ່າ “ແລະ ຫຼື ຂອງ”.
  • ເນື້ອໃນບົດ: ພາກສະເໜີ, ຈຸດປະສົງ, ອຸປະກອນ ແລະ ວິທີການ, , ຜົນໄດ້ຮັບ, ອະພິປາຍຜົນ, ສະຫຼຸບ, ຂໍ້ສະເໜີແນະ ແລະ ຄຳຂອບໃຈ (ຖ້າມີ), ເອກະສານອ້າງອີງ. ລວມຈຳນວນໜ້າແມ່ນ 10-15 ໜ້າ.

ພາກສະເໜີ: ແມ່ນເປັນການແນະນໍາຄວາມສໍາຄັນ ທີ່ເປັນປັດໄຈພົ້ນເດັ່ນ ຂອງການຄົ້ນຄວ້າໃນຄັ້ງນີ້ ລວມທັງປະຫວັດການຄົ້ນຄວ້າເອກະສານ ຫຼື ວັນນະກຳທີ່ກ່ຽວຂ້ອງ ທີ່ມີການຄົ້ນຄວ້າເນື້ອຫາໃກ້ຄຽງກັນ ໃນໄລຍະຜ່ານມາ (ຄັດຈ້ອນ ເນື້ອໃນສໍາຄັນໂດຍຫຍໍ້). ສະນັ້ນ, ຢູ່ໃນພາກນີ້ ຈະມີການກ່າວເຖິງເອກະສານອ້າງອີງຫຼາຍສົມຄວນ; ການອ້າງອີງຢູ່ເນື້ອໃນຂອງບົດ ໃຫ້ນໍາໃຊ້ການອ້າງອີງ ຕາມແບບຂອງ APA. ແລະ ຢູ່ໃນວັກສຸດທ້າຍຂອງພາກນີ້ໃຫ້ລົງແຖວລະບຸ ຈຸດປະສົງຂອງການຄົ້ນຄວ້າ ໃນຫົວຂໍ້ດັ່ງກ່າວນີ້ດ້ວຍ.

  1. ເອກະສານອ້າງອີງ ຫຼື References:

ໃຊ້ລະບົບ APA (American Psychological Association), ກໍລະນີເອກະສານອ້າງອີງທີ່ເປັນພາສາໄທ ໃຫ້ນັກຄົ້ນຄວ້າແປເປັນພາສາລາວ ແລະ ປີ ພ.ສ ໃຫ້ປ່ຽນເປັນ ຄ.ສ ຕາມຫຼັກການນຳໃຊ້ໃນລາວ.

  1. ການໃສ່ຕາລາງ, ຮູບພາບ:

ຕາຕະລາງ: ຮູບພາບ, ແຜນພູມ, ແຜນທີ່…, ໃຫ້ໃສ່ໃນເນື້ອໃນບົດຄວາມໂດຍຊື່ຂອງຕາຕະລາງ, ຮູບພາບ, ແຜນພູມ, ແຜນທີ່…ແມ່ນໃຫ້ໃສ່ດ້ານເທິງ ໂດຍການໝາຍຕາລາງທີ 1, 2, 3 ແລະ ຮູບພາບທີ…, ແຜນພູມທີ…., ແຜນວາດທີ…., ແຜນທີ່ ທີ…. ກໍໃຫ້ເຮັດເຊັ່ນດຽວກັນ ສ່ວນດ້ານລຸ່ມໃຫ້ບອກແຫຼ່ງທີ່ມາຂອງຕາຕະລາງ, ຮູບພາບ, ແຜນພູມ, ແຜນທີ່…ຮູບພາບ: 500×280 px

  1. ການນໍາໃຊ້ຕວຫຍໍ້:

ກໍລະນີມີຕົວຫຍໍ້ ຂໍໃຫ້ນັກຄົ້ນຄວ້າຂຽນຕົວເຕັມກ່ອນແລ້ວບອກຕົວຫຍໍ້ໃນວົງເລັບໃນເບື້ອງຕົ້ນ ຕໍ່ໄປໃຫ້ໃຊ້ຕົວຫຍໍ້ໄດ້, ຕົວຢ່າງ: ຄະນະວິທະຍາສາດປ່າໄມ້ (ຄປມ) ຕໍ່ໄປໃຫ້ໃຊ້ ຄປມ ໄປເລີຍກໍໄດ້ ແລະ Faculty of Forest Science (FFS) ຕໍ່ໄປໃຫ້ໃຊ້ FFS.

ບ່ອນຕິດຕໍ່ສົ່ງບົດຄວາມລົງວາລະສານ: ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຄປມ,

  • ທ່ານ ວັນສະເຫຼີມ ແພງວິຈິດ, E-mail: v.phengvichith@nuol.edu.la ເບີໂທ ແລະ WhatsApp: 020 98888969 (ຂໍໃຫ້ທ່ານສົ່ງທັງສອງທາງ ຄື ທາງເມວ ແລະ ທາງວອດແອບ)
  • ທ່ານ ເມັດມະນີ ສຸຂະວົງ, Email: m.soukhavong@nuol.edu.la ເບີໂທ ແລະ WhatsApp: 020 29898689 (ຂໍໃຫ້ທ່ານສົ່ງທັງສອງທາງ ຄື ທາງເມວ ແລະ ທາງວອດແອບ)

» ດາວໂຫຼດເອກະສານ