ເພື່ອໃຫ້ມາດຕະຖານຂອງວາລະສານເປັນເອກະພາບກັນ, ຜູ້ຂຽນກະລຸນາປະຕິບັດຕາມຂໍ້ແນະນໍາຢ່າງເຂັ້ມງວດ. ຕົ້ນສະບັບທີ່ບໍ່ຖືກຕ້ອງຕາມຮູບແບບອາດຈະຖືກສົ່ງຄືນເພື່ອແກ້ໄຂກ່ອນການພິຈາລະນາ.
1. ການຕັ້ງຂະໜາດເຈ້ຍ (Page Setup)
- ຂະໜາດເຈ້ຍ: A4 (ໃຊ້ກັບທັງໝົດເອກະສານ).
- ຂອບເຈ້ຍ (Margins):
- • ເທິງ (Top): 2.54 cm
- • ລຸ່ມ (Bottom): 2.54 cm
- • ຊ້າຍ (Left): 3.25 cm
- • ຂວາ (Right): 2.54 cm
- Header & Footer: 1.25 cm
2. ຮູບແບບຕົວອັກສອນ ແລະ ພາສາ (Fonts & Language)
- ພາສາລາວ: ໃຊ້ຟອນ Phetsarath OT.
- ພາສາອັງກິດ ແລະ ຕົວເລກ: ໃຊ້ຟອນ Times New Roman.
- ຂະໜາດຕົວອັກສອນ:
- • ຊື່ຫົວຂໍ້ບົດຄວາມ (ລາວ/ອັງກິດ): ຂະໜາດ 14, ຕົວເຂັ້ມ (Bold).
- • ຫົວຂໍ້ນ້ອຍ: ຂະໜາດ 12, ຕົວເຂັ້ມ (Bold).
- • ເນື້ອໃນທົ່ວໄປ: ຂະໜາດ 12, ຕົວທຳມະດາ (Regular).
- • ຊື່ຜູ້ຂຽນ: ຂະໜາດ 12, ຕົວເຂັ້ມ.
- • ທີ່ຢູ່ຜູ້ຂຽນ/ພາກສ່ວນ: ຂະໜາດ 11.
- ການຂຽນຕົວເລກ: ເລກທົດສະນິຍົມໃຊ້ຈຸດ (.) ເຊັ່ນ 95.35%; ເລກຫຼັກພັນໃຊ້ຈຸດ (,) ເຊັ່ນ 1,000.
3. ໂຄງສ້າງ ແລະ ເນື້ອໃນ (Structure)
ຄວາມຍາວລວມຂອງບົດຄວາມຄວນຢູ່ລະຫວ່າງ 10-12 ໜ້າ ໂດຍປະກອບດ້ວຍ:
- ບົດຄັດຫຍໍ້ (Abstract):
- ຖ້າຂຽນເປັນພາສາລາວ, ຕ້ອງມີ Abstract ພາສາອັງກິດ (ປະມານ 350 ຄຳ).
- ຖ້າຂຽນເປັນພາສາອັງກິດ, ຕ້ອງມີບົດຄັດຫຍໍ້ພາສາລາວ (1 ໜ້າ).
- ຕ້ອງລະບຸ: ຈຸດປະສົງ, ວິທີການ, ແລະ ຜົນໄດ້ຮັບ.
- ຄຳສັບສຳຄັນ (Keywords): ບໍ່ເກີນ 5 ຄຳ, ບໍ່ໃຫ້ມີຄຳເຊື່ອມ (ແລະ, ຫຼື, ຂອງ).
- ເນື້ອໃນຫຼັກ: ພາກສະເໜີ (Introduction), ຈຸດປະສົງ, ອຸປະກອນ ແລະ ວິທີການ, ຜົນໄດ້ຮັບ, ອະພິປາຍຜົນ, ສະຫຼຸບ, ຂໍ້ສະເໜີແນະ, ແລະ ຄຳຂອບໃຈ (ຖ້າມີ).
- ເອກະສານອ້າງອີງ (References): ໃຊ້ລະບົບ APA (American Psychological Association). ກໍລະນີເອກະສານໄທໃຫ້ແປເປັນລາວ ແລະ ປ່ຽນ ພ.ສ ເປັນ ຄ.ສ.
